ບໍລິສັດໍ

ໍບໍລິສັດ BHS Corrugated ແລະ ມະຫາວິທະຍາໄລວິຊາຊີບ ລາວ-ເຢຍລະມັນ ແມ່ນເປີດກ້ວາງການຮ່ວມມືກັບ ບັນດາບໍລິສັດຕ່າງໆຢູ່ປະເທດ ລາວ (ບໍ່ວ່າຈະເປັນບໍລິສັດທ້ອງຖິ່ນ ຫຼື ຕ່າງປະເທດ) ແລະ ບໍລິສັດໃນພາກພື້ນ (ປະເດທດໄທ, ຫວຽດນາມ ແລະ ກໍາປູເຈຍ) ທີ່ມີຄວາມຕ້ອງການສີມືແຮງງານ ແລະ ພະນັກງານນາຍຊ່າງ ອຸດສະຫະກໍາໄຟຟ້າ ແລະ ນາຍຊ່າງກົນຈັກ ແລະ ຜູ້ຄວບຄຸມລະບົບ. ການຈ້າງງານນັກສຶກສາຈາກໂຄງການ RTP ຈະເປັນການດີຕໍ່ບໍລິສັດຕ່າງໆເພາະວ່າ ເຂົາເຈົ້າຈະສາມາດສ້າງຜົນກໍາໄລຈາກບຸກຄະລາກອນທີ່ມີສີມືແຮງງານ ຊຶ່ງໄດ້ຜ່ານການສິດສອນວິຊາຊີບ ແລະ ພາສາອັງກິດ ຈາກໂີຄງການສະໜັບສະໜູນຈາກບໍລິສັດຢູ່ເຢຍລະມັນ ພ້ອມທັງບຸກຄະລາກອນທີ່ໄດ້ຈົບການສຶກສາຂັ້ນປະຖົມ ແລະ ມັດທະຍົມຕົ້ນ ເຊິ່ງມູນລະນິທິເຢຍລະມັນ ເທວະດາ ເພື່ອເດັກນ້ອຍເປັນຜູ້ໃຫ້ການຊ່ວຍເຫຼືອ. ສະນັ້ນ, ບັນດາບໍລິສັດນັ້ນຈະເຫັນວ່າພວກເຮົາໄດ້ປູກຈິດສໍານຶກທີ່ໃຫ້ ຄວາມສໍາຄັນຕໍ່ການຮັກສາພື້ນທີ່ເຮັດວຽກ, ຄວາມສຸພາບຮຽບຮ້ອຍ ແລະ ເປັນທີ່ເພີ່ງພາອາໄສໄດ້ ເປັນຫຼັກການ ສໍາຄັນທີ່ບຸກຄະລາກອນເຮົາມີເປັນຈຸດພິເສດທຸກຄົນ. ນອກນັ້ນ, ພວກເຮົາກໍໄດ້ຕິດຕາມຢ່າງໃກ້ສິດກ່ຽວກັບ ການຂື້ນຫ້ອງຝຶກວິຊາຊີບ ແລະ ຜົນການສອບເສັງຂອງແຕ່ລະຄົນ. ຜົນປະໂຫຍດທີ່ໄດ້ຮັບຈາກທຶນການຝຶກວິຊາຊີບນັ້ນແມ່ນຕິດພັນໂດຍກົງກັບຫຼັກການ, ການຂື້ນຫ້ອງ, ຜົນການສອບເສັງ ແລະ ການປະພຶດຂອງແຕ່ລະຄົນ. ເວລາພວກເຮົາສົ່ງຄູຝຶກຈາກປະເທດເຢຍລະມັນໄປປະຈໍາຢູ່ມະຫາວິທະຍາໄລວິຊາຊີບ ລາວ-ເຢຍລະມັນ ພວກເຮົາ ກໍ່ຈະມີການກວດກາທົບທວນກ່ຽວກັບມາດຕະຖານຕ່າງໆ ແລະ ກໍ່ມີການປັບປຸງປັບຕົວເຂົ້າກັບສະພາບປະຈຸບັນ. ການຊ່ວຍເຫຼືອທາງດ້ານອຸປະກອນ, ການຝຶກອົບຮົມ, ເຄື່ອງມືການນໍາໃຊ້ ແລະ ການຈັດຕັ້ງປະຕິບັດໂຄງການເພີ່ມ ເຕີມລະຫວ່າງຄູຝຶກທ້ອງຖິ້ນ, ນັກສຶກສາ ແລະ ຄູຝຶກຈາກເຢຍລະມັນແມ່ນສາມາດຮັບປະກັນການຝຶກວິຊາຊີບທີ່ ມີປະສິດທີພາບ ແລະ ຄຸນນະພາບທີ່ສູງສຸດ. ນອກນັ້ນ, ນັກຝຶກວິຊາຊີບກໍ່ຈະໄດ້ຮຽນ ແລະ ຍົກລະດັບພາສາອັງກິດ ຂອງຕົນຈາກຄູອາສາສະໝັກຈາກມະຫາວິທະຍາໄລແຫ່ງການສຶກສາ Karlsruhe ໃນລະຫວ່າງເດືອນ ກັນຍາ ຫາ ເມສາ.ບໍລິສັດ BHS Corrugated ແລະ ມະຫາວິທະຍາໄລວິຊາຊີບລາວ-ເຢຍລະມັນ ມີຄວາມຮຽກຮ້ອງຕ້ອງການ ແລະ ຊອກຫາບັນດາບໍລິສັດພາຍໃນ ແລະ ພາຍນອກ ເພື່ອຮັບເອົານັກສຶກສາຂອງພວກເຮົາໄປຝຶກວຽກ ໄລຍະ 4 ຫາ 5 ເດືອນ ໃນລະຫວ່າງທີ່ເຂົາເຈົ້າກໍາລັງຮຽນປີທີ່ 6 ຊຶ່ງເປັນປີສຸດທ້າຍສໍາລັບການຝຶກວິຊາຊີບ ຊຶ່ງເລີ່ມຈາກເດືອນ ກຸມພາ/ມີນາ ຫາ ກໍລະກົດ/ສິງຫາ. ຖ້າບໍລິສັດທ່ານມີຄວາມສົນໃຈ ແລະ ຕ້ອງການບຸກຄະລາກອນທີ່ມີສິມືແຮງງານ, ທັກສະ ແລະ ເປັນທີ່ເພິ່ງພາອາໄສໄດ້ແມ່ນສາມາດຕິດຕໍ່ເຮົາໂດຍກົງ ໄດ້ເລີຍ!

 

Circulatory