Sequa gGmbH

sequa ເປັນອົງການເພື່ອການພັດທະນາທີ່ປະຕິບັດງານທົ່ວໂລກ ແລະ ມີເປົ້າໝາຍສົ່ງເສີມການພັດທະນາພາກ ເອກະຊົນ, ການເຊື່ອມໂຍງ ແລະ ເຂົ້າເປັນສະມາຊິກຂອງສັງຄົມທຸລະກິດສາກົນ ພ້ອມທັງຍົກລະດັບ ແລະ ທັກສະ ສີມືແຮງງານຂອງພະນັກງານ ແລະ ຜູ້ຈັດການ. ບັນດາໂຄງການຂອງ sequa ແມ່ນໄດ້ຮັບທຶນສະໜັບສະໜູນຈາກ ພາກລັດ ແລະ ເອກະຊົນ ດໍາເນີນຕາມທິດທາງຫຼັກການຂອງ ເສດຖະສາດຕະຫຼາດສັງຄົມ. sequa ເປັນບໍລິສັດທີ່ ບໍ່ຫວັງຜົນກໍາໄລ ແລະ ມີຜູ້ຖືຫຸ້ນຈາກບໍລິສັດໃຫຍ່ຊອງເຢຍລະມັນເຊັ່ນ: BDA, BDI, DIHK, ZDH, GIZ GmbH. ຈຸດປະສົງຕົ້ນຕໍຂອງ sequa ແມ່ນການຍົກລະດັບຊີວິດການເປັນຢູ່ ແລະ ສະພາບແວດລ້ອມການເຮັດວຽກຂອງ ທຸກຄົນທົ່ວໂລກ ໂດຍການຮ່ວມມືກັບຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ. ຄູ່ຮ່ວມມືທີ່ສໍາຄັນທີ່ສຸດແມ່ນ ອົງກອນສະມາຊິກພາກເອກະຊົນ, ສູນຝຶກວິຊາຊີບ ແລະ ບໍລິສັດພາກເອກະຊົນ. sequa ຍົກສູງຄ່ານິຍົມຂອງ ການຮັບປະກັນປະສິດທິຜົນ ແລະ ປະສິດທິພາບ. ສະມາຊິກຂອງທີມງານທຸກຄົນແມ່ນມີຄວາມຕື່ນຕົວຕໍ່ໜ້າທີ່ ຮັບຜິດຊອບຂອງຕົນ. ການສື່ສານພາຍໃນ ແລະ ພາຍນອກ ຂອງ sequa ແມ່ນມີຄວາມເປີດກ້ວາງ ແລະ ໂປ່ງໃສ. ການບໍລິຫານຂອງ sequa ແມ່ນການບໍລິຫານແບບມີເປົ້າໝາຍບັນລຸ, ມີລັກສະນະຮ່ວມມື, ການຕັດສິນ ແກ້ໄຂບັນຫາແບບວ່ອງໄວ ແລະ ຜົນສໍາເລັດທີ່ໄດ້ຮັບແມ່ນຕ້ອງຂື້ນກັບການເຮັດວຽກເປັນໝູ່ຄະນະ. ພາຍໃຕ້ໂຄງການຮ່ວມມື develoPPP ບໍລິສັດ sequa ໄດ້ໃຫ້ທຶນເພື່ອຈັດຕັ້ງປະຕິບັດໂຄງການ RTP ໃນນາມກະຊວງຮ່ວມມື ແລະ ພັດທະນາເສດຖະກິດຂອງ ເຢຍລະມັນ. ໂຄງການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນນີ້ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນ ກໍລະກົດ 2016 ແລະ ມີໄລຍະຈັດຕັ້ັງປະຕິບັດຈົນຮອດ ເດືອນກໍລະກົດ 2018. ໃນໄລຍະດັ່ງກ່າວນີ້ sequa ໄດ້ໃຫ້ທຶນເພື່ອຈັດຕັ້ງປະຕິບັດໂຄງການເປັນຈໍານວນ 200,000 Euro. ບໍລິສັດ BHS Corrugated ມີໜ້າທີ່ເຮັດບົດລາຍງານເປັນປະຈໍາກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການ ພ້ອມທັງມູນຄ່າທີ່ໄດ້ນໍາໃຊ້ທັງໝົດ. ທຸກໆໄຕມາດຈະມີການລາຍງານ ໄລຍະ 3 ເດືອນ ແລະ ທຸດໆ 6 ເດືອນກໍ່ຈະມີການກະກຽມບົດລາຍງານປະຈໍາປີ.

On behalf of