ມະຫາວິທະຍາໄລວິຊາຊີບ ລາວ-ເຢຍລະມັນ

ມະຫາວິທະຍາໄລວິຊາຊີລ ລາວ-ເຢຍລະມັນ ຫຼື ເອີ້ນສັ້ນໆວ່າ LGTC ເປັນສະຖາບັນຕົ້ນແບບສໍາບັບການຝຶກ ວິຊາຊີບ ແລະ ການຝຶກອົບຮົມຢູ່ໃນ ສປປ ລາວ. ສະຖາບັນດັ່ງກ່າວເປັນໂຮງຮຽນຝຶກວິຊາຊີບ ພາຍໃຕ້ກະຊວງສຶກສາທິການ ແລະ ກິລາ. LGTC ນີ້ໄດ້ສ້່າງຂື້ນໃນປີ 1964 ຊຶ່ງເປັນສ່ວນໜື່ງຂອງ
ຊ່ວຍເຫຼືອທາງດ້ານການພັດທະນາຂອງປະເທດເຢຍລະມັນຢຸ່ໃນ ສປປ ລາວ ແລະ ປະຈຸບັນຍັງໄດ້ຮັບການສະໜັບສະ ໜູນຈາກລັດຖະບານຂອງເຢຍລະມັນ. ສະຖາບັນ LGTC ມີຫຼັກສູດການຝຶກອົບຮົມວິຊາຊີບສໍາລັບນັກສຶກສາລາວ ທີ່ຮຽນຈົບມັດທະຍົມຕົ້ນ ແລະ ປາຍ. ສໍາລັບໃບປະກາດກໍ່ມີຫຼາຍປະເທດ ຊຶ່ງເລີ່ມແຕ່ໃບປະກາດ ພະນັກງານທີ່ມີສືມີແຮງງານ ເຖິງ ໃບປະກາດປະລິນຍາຕີ. ປະຈຸບັນມີທັງໝົດ 1300 ກ່ວານັກສຶກສາທີ່ກໍາລັງຮຽນຢູ່ ແລະ ໃນເດືອນກັນຍາ 2016 ກໍ່ຈະມີນັກຮຽນເພີ່ມອີກ 670 ຄົນ.ສະຖາບັນ LGTC ໄດ້ແບ່ງຫຼັກສູດອອກເປັນ 6 ຫຼັກສູດຄື: ຂະແໜງການລົດຍົນ, ຂະແໜງການເຄື່ອງຈັກທາດ ເຫຼັກ, ຂະແໜງການໄຟຟ້າ, ຊ່າງຈອດເຫຼັກ-ຊ່າງນໍ?າປະປາ, ເຄື່ອງກົນຈັກໜັກ ແລະ ການນໍາໃຊ້ເຄື່ອງຈັກກະສິກໍາ. ແຕ່ລະຫຼັກສູດມີການຈັດສໍາມະນາ ແລະ ຝຶກອົບຮົບຂອງຕົນ ສ່ວນການຮຽນນິຍາມນັ້ນແມ່ນຈະສອນຢູ່ອາຄານໃຫຍ່ເນື່ອງຈາກວ່າ LGTC ມີສາຍສໍາພັນທີ່ຕິດແທດກັບເຢຍລະມັນ ແລະ ຮູບແບບການຝຶກອົບຮົມທີ່ມີເອກະລັກສະ ເພາະ, ສະນັ້ນເປົ້າໝາຍຂອງ LGTC ແມ່ນການດຶງດູດເອົາບໍລິສັດຕ່າງໆເຂົ້າມາໃນຫຼັກສູດຝຶກອົບຮົມເພື່ອສະໜອງ ຫຼັກສູດການຝຶກວິຊາຊີບທີ່ມີລັກສະນະລົງຕົວຄຈິງ. ຖ້າທຽບໃສ່ລະບົບການຝຶກວິຊາຊີບຂອງເຢຍລະມັນນັ້ນ ການຮຽນຈະແບ່ງອອກເປັນ 2 ພາກສ່ວນ ກໍຄືການຮຽນນິຍາມກັບໂຮງຮຽນວິຊາຊີບ ແລະ ການຝຶກຕົວຈິງກັບ ບໍລິສັດ, ແຕ່ສໍາລັບ LGTC ນັ້ນເຂົາເຈົ້າໄດ້ສ້າງຫຼັກສູດທີ່ເອົາສອງພາກສ່ວນນັ້ນມາລວມເຂົ້າກັນ. ບໍລິສັດບາງ ຈໍາພວກກໍ່ໃຊ້ເຄື່ອງຈັກ ແລະ ເຄື່ອງມືສາລັບການຝຶກອົບຮົມໃຫ້ແກ່ນັກຮຽນຢູ່ມະຫາວິທະຍາໄລໂດຍກົງເວລາ ທີ່ເຂົາເຈົ້າຂາດພະນັກງານຄູຝຶກໃນການຈັດສາມະນາ ແລະ ຖ້າເປັນໄປໄດ້, ບາງບໍລິສັດກໍ່ຈະເອົານັກຮຽນມາຝຶກ ລົງວຽກຕົວຈິງຢູ່ບໍລິສັດເລີຍ.ເນື່ອງຈາກວ່າມະຫາວິທະຍາໄລ LGTC ມີການຄຸ້ມຄອງ ແລະ ອຸປະກອນທີ່ດີ ຈຶ່ງສາມາດຮ່ວມມືກັບບັນດາບໍລິສັດ ລະດັບທ້ອງຖິ່ນ ແລະ ສາກົນ ຢ່າງເຊັ່ນ: ບໍລິສັດ Toyota ແລະ RMA Ford ໃນຂະແໜງການລົດຍົນ, ບໍລິສັດ ຂຸດຄົ້ນບໍ່ແຮ່ພູເບ້ຍ ໃນຂະແໜງການໄຟຟ້າ ແລະ ໂລຫະ, ບໍລິສັດ Kubota ໃນຂະແໜງການເຄື່ອງກົນຈັກກະສິກໍາ, ບໍລິສັດ Endress Hauser ແລະ ນໍ?າເທີນ 2 ໃນຂະແໜງການ ໄຟຟ້າ ແລະ BHS Corrugated ໃນຂະແໜງການໄຟຟ້າ ແລະ ນາຍຊ່າງ.