ຂໍ້ມູນໂດຍສັງເຂບກ່ຽວກັບ

ໂຄງການການຈ້າງງານ ແລະ ຝຶກອົບຮົມ ຫຼື ເອີ້ນສັ້ນໆວ່າ RTP ເປັນໂຄງການຮ່ວມລະຫວ່າງ BHS Corrugated ແລະ ມະຫາວິທະຍາໄລວິຊາຊີບ ລາວ-ເຢຍລະມັນ ເພື່ອຍົກລະດັບການຝຶກອົບຮົມແບບຮ່ວມມື ຢູ່ໃນ ສປປ ລາວ ແລະ ພັດທະນາສີມືແຮງງານ ແລະ ທັກສະໃຫ້ແກ່ພະນັກງານ ສໍາລັບບໍລິສັດ BHS Corrugated ໃນພາກພື້ນອາຊີ-ປາຊີຟິກ.ຢູ່ທີ່ມະຫາວິທະຍາໄລວິຊາຊີບ ລາວ-ເຢຍລະມັນ, ພວກເຮົາໄດ້ຝຶກພະນັກງານບໍລິການດ້ານເຕັກນິກໃຫ້ແກ່ບໍລິສັດ BHS Corrugated ໂດຍນໍາໃຊ້ຮູບແບບການຝຶກອົບຮົມແບບຮ່ວມມືລະຫວ່າງບໍລິສັດທ້ອງຖິ່ນ ໂດຍອີງໃສ່ຮູບແບບຂອງ UeBZO (ສູນຝຶກອົບຮົມລະຫວ່າງບໍລິສັດຢູ່ບາວາເຣຍຕາເວັນອອກ) ຊຶ່ງເປັນຄູ່ຮ່ວມຂອງບໍລິສັດ BHS Corrugated ຢູ່ເຢຍລະມັນ. ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນດ້ານການເງິນຈາກ sequa gGmbH ໃນນາມຂອງກະຊວງການຮ່ວມມື ແລະ ພັດທະນາເສດຖະກິດ ຂອງປະເທດ ເຢັຍລະມັນ ພາຍໃຕ້ຂອບຂອງກອງທຶນການຮ່ວມມືພາກເອກະຊົນ develoPPP