ຫຼັກສູດຝຶກວິຊາຊີບ

ບໍລິສັດ BHS Corrugated ໄດ້ແບ່ງຫຼັກສູດການຝຶກວິຊາຊີບອອກເປັນສອງພາກສ່ວນ ຢູ່ມະຫາວິທະຍາໄລ ວິຊາຊີບລາວ-ເຢຍລະມັນ ຄື: ຫຼັກສູດການຝຶກວິຊາຊີບເປັນນາຍຊ່າງດ້ານກົນຈັກ ແລະ ນາຍຊ່າງລະບົບໄຟຟ້າ.ເພື່ອຮັບປະກັນການສະໜອງຫຼັກສູດຝຶກວິຊາຊີບທີ່ແທດເໝາະກັບຄວາມຕ້ອງການຕົວຈິງຢູ່ ສປປ ລາວ, ພວກເຮົາ ໄດ້ເອົາຫຼັກສູດການຝຶກວິຊາຊີບນາຍຊ່າງດ້ານກົນຈັກ ແລະ ນາຍຊ່າງລະບົບໄຟຟ້າ ໄລຍະ 3 ປີ ຂອງ ສປປ ລາວ ມາປຽບທຽບກັບຫຼັກ ສູດກົນຈັກ ແລະ ຜູ້ຄວບຄຸມລະບົບ ແລະ ນາຍຊ່າງອຸດສາຫະກໍາໄຟຟ້າ ໄລບະ 2 ປີ ຂອງເຢຍລະມັນ. ພາຍຫຼັງການປຽບທຽບກໍເຫັນວ່າ ບາງວິຊາ ແລະ ເນື້ອໃນມີຄວາມຄ້າຍຄຽງກັນ. ນອກນັ້ນ, ພວກ ເຮົາກໍ່ໄດ້ນໍາເອົາບາງຫົວຂໍ້ ແລະ ເນື້ອໃນຂອງຫຼັກສູດເຢຍລະມັນມາເຊືອມໂຍງກັບຫຼັກສູດທີ່ມີຢູ່ແລ້ວ. ສຸດທ້າຍນັ້ນ, ພວກເຮົາກໍ່ໄດ້ເອົາຮ່າງຫຼັກສູດໄລຍະ 3 ປີ ນັ້ນໄປສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ຮັບຮອງເອົາເປັນຫຼັກສູດທາງການ.

 

ຫຼັກສູດກ່ຽວກັບ ກົນຈັກ ແລະ ຜູ້ຄວບຄຸມລະບົບ ໄດ້ແນໃສ່:

  • ຫົວຂໍ້ ແລະ ວິຊາ: ສັງຄົມວິທະຍາ, ຄະນິດສາດ, ຟີຊິກສາດ
  • ດ້ານພາສາ: ການນໍາໃຊ້ພາສາອັງກິດເພື່ອສື່ສານ ແລະ ການນໍາໃຊ້ສັບເຕັກນິກ
  • ວິຊາສະເພາະພື້ນຖານ: ທັກສະ, ການອອກກແບບ, ທັກສະດ້ານ IT, ທັກສະດ້ານເຕັກນິກ ແລະ ການທົດສອບ,ເຕັກນິກຄະນິດສາດ, ການນໍາໃຊ້ໂປຣແກມ Auto CAD, ການນໍາໃຊ້ ແລະ ຄວບຄຸມກົນຈັກພະລັງງານທາດເຫຼວ ແລະ ອາຍກາສ ແລະ ການຕຈັກສໍາມະນາ
  • ວິຊາສະເພາະຫຼັກ: ເຕັກນິກການນໍາໃຊ້ເຄື່ອງມືວັດແທກ, ການສ້ອມແປງກົນຈັກ, ການລົງມືຕົວຈິງ ແລະນິຍາມການນໍາໃຊ້, ຄະນິດສາດເຕັກນິກ ແລະ CNC

 

ຫຼັກສູດກ່ຽວກັບ ນາຍຊ່າງອຸດສະຫະກໍາໄຟຟ້າ ໄດ້ແນໃສ່:

  • ຫົວຂໍ້ ແລະ ວິຊາ: ສັງຄົມວິທະຍາ, ຄະນິດສາດ, ຟີຊິກສາດ
  • ດ້ານພາສາ: ການນໍາໃຊ້ພາສາອັງກິດເພື່ອສື່ສານ ແລະ ການນໍາໃຊ້ສັບເຕັກນິກ
  • ວິຊາສະເພາະພື້ນຖານ: ທັກສະ, ການອອກກແບບ, ທັກສະດ້ານ IT, ທັກສະດ້ານເຕັກນິກ ແລະ ການທົດສອບ,ເຕັກນິກຄະນິດສາດ, ການນໍາໃຊ້ເຕັກໂນໂລຊີຊີວິດປະຈໍາວັນໃນຄົວເຮືອນ
  • ວິຊາສະເພາະຫຼັກ: ການນໍາໃຊ້ເຄື່ອງໄຟຟ້າ ແລະ ການຕິດຕັ້ງ, ການນໍາໃຊ້ລະບົບຄວບຄຸມເຄື່ອງໄຟຟ້າ ແລະເຕັກໂນໂລຊີການສ້ອມແປງ, ຄວາມຮູ້ກ່ຽວກັບເຂື່ອຄ່າຍໄຟຟ້າ ແລະ ເຕັກນິກ PLC