ການຮ່ວມມື

ບໍລິສັດ BHS Corrugated ແລະ ມະຫາວິທະຍາໄລວິຊາຊີບ ລາວ-ເຢຍລະມັນ ແມ່ນເປີດກ້ວາງການຮ່ວມມືກັບ ບໍລິສັດ ແລະ ສະຖາບັນສ້າງຄູຝຶກຕ່າງໆ. ໃນການເປີດກ້ວາງ ແລະ ສ້າງເຂື່ອຄ່າຍການຮ່ວມມືລະຫວ່າງບັນດາ ບໍລິສັດ ແລະ ມະຫາວິທະຍາໄລ LGTC ນັ້ນ ພວກເຮົາຈະສາມາດພັດທະນາ ແລະ ຍົກລະດັບຮູບແບບການຝຶກ ວິຊາຊີບທີ່ໄດ້ສ້າງມາບົນພື້ນຖານ UeBZO ໄດ້. ບໍລິສັດ BHS Corrugated ມີເປົ້າໝາຍຢາກປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ ແລະ ຮັບປະກັນວ່າ ບຸກຄະລາກອນຂອງ BHS Corrugated ຈະສາມາດຝຶກວຽກ ແລະ ຊອກຫາວຽກເຮັດງານທໍາຢູ່ບໍລິສັດທ້ອງຖິ່ນຂອງ ສປປ ລາວ ແລະ ບໍລິສັດຕ່າງໆຢູ່ ພາກພື້ນອາຊຽນ. ໂດຍການຮ່ວມມືກັບຜູ້ສ້າງຄູຝຶກວິຊາຊີບ ແລະ ບຸກຄະລະກອນທີ່ມີສືມືແຮງງານ ພ້ອມທັງຜູ້ທີ່ມີຄວາມສົນໃຈຢາກ ເຮັດວຽກຢູ່ມະຫາວິທະຍາໄລ LGTC, ບໍລິສັດ BHS Corrugated ຢາກບັນລຸເປົ້າໝາຍໃນການສະໜອງ ການສຶກສາ ແລະ ຝຶກວິຊາຊີບທີ່ມີປະສິດທິຜົນ ແລະ ມາດຕະຖານສູງຕາມຄວາມຮຽກຮ້ອງຕ້ອງການຕົວຈິງ.