ມະຫາວິທະຍາໄລແຫ່ງການສຶກສາ Karlsruhe

ມະຫາວິທະຍາໄລແຫ່ງການສຶກສາ Karlsruhe ໄດ້ສ້າງຕັ້ງຂ້ນໃນປີ 1962. ປະຈຸບັນມີນັກສຶກສາທັງໝົດ 3,700 ຄົນ ແລະ ມີນັກຄົ້ນຄ້ວາທັງໝົດ 180 ຄົນ. ມະຫາວິທະຍາໄລ Karlsruhe ນີ້ສາມາດສະໜອງການສຶກສາ ແລະ ການຄົ້ນຄ້ວາທີ່ມີມາດຕະຖານສາກົນສຸງ ໂດຍເນັ້ນໃສ່ການສອນທີ່ເອົາ ວິຊາສະເພາະ, ການສອນຕາມເກນອາຍຸ ແລະ ວິທີການສິດສອນເປັນຈຸດພິເສດ ພ້ອມທັງຂັ້ນຕອນການສຶກສາຕາມປັດໃຈສັງຄົມ, ວັດທະນາທໍາ ແລະ ສະຖາບັນ. ມະຫາວິທະຍາໄລ Karlsruhe ກໍ່ມີຫຼັກສູດການສ້າງຄູອາຈານສໍາລັບການສຶກສາຂັ້ນປະຖົມ ແລະ ມັດທະຍົມຕົ້ນ ພ້ອມທັງຫຼັກສູດ “Europalehramt” ຫຼື ຫຼັກສູດການສອນສອງພາສາ ຊຶ່ງເປັນຫຼັກສູດຢັ້ງຢືນວ່າ ຄູອາຈານທີ່ຈົບຫຼັກສູດນີ້ສາມາດສອນເປັນສອງພາສາຄື ພາສາອັງກິດ ແລະ ຝຣັ່ງ. ນອກນັ້ນ, ມະຫາວິທະຍາໄລຍັງ ມີຫຼັກສູດປະລິນຍາຕີ ແລະ ປະລິນຍາໂທ ພ້ອມທັງຫຼັກສູດຮຽນຕໍ່ ແລະ ຄົ້ນຄ້ວາເອົາປະລິນຍາເອກ. ວິຊາສະເພາະ ແລະ ເອກະລັກຂອງມະຫາວິທະຍາໄລແມ່ນເນັ້ນໃນການສຶກສາ ແລະ ຄົ້ນຄ້ວາກ່ຽວກັບ ວັດທະນາທໍາ ຂອງທະວີບ ເອີຣົບ, ການສຶກສາກ່ຽວກັບບັນດາວັນທະນາທໍາຂອງໂລກ, ການນໍາໃຊ້ສອງພາສາ ແລະ ການສຶກສາກ່ຽວກັບ ສື່ມວນຊົນ.ສສຈ. ດຣ. ອີຊາເບັລ ມາຕິນ, ສສຈ ດ້ານພາສາອັງກິດ ຂອງມະຫະວິທະຍາໄລ Karlsruhe ໂດຍຮ່ວມມືກັບ ມູນລະນິທິ ເທວະດາເພື່ອເດັກນ້ອຍໄດ້ສ້າງ ໂຄງການການສ້າງຄູຝຶກພາສາອັງກິດ ຄື: ໂຄງການສອນພາສາອັງກິດຢູ່ ສປປ ລາວ ຂື້ນໃນປີ 2015. ໂຄງການນີ້ໄດ້ຈັດຕັ້ງປະຕິບັດຢູ່ສາມໂຮງຮຽນຂອງລັດຖະບານພາຍໃຕ້ການຊ່ວຍເຫຼືອ ຂອງມູນລະນິທິ ແລະ ໄດ້ຂຽນບົດຄວາມກ່ຽວກັບໂຄງການດັ່ງກ່າວໃນເວບສະຖາບັນການສຶກສາ ແລະ ມີຊື່ວ່າ: “ປະສົບການຂອງ ສປປ ລາວ”. ຈຸດປະສົງຕົ້ນຕໍຂອງໂຄງການແມ່ນເພື່ອຍົກລະດັບການນໍາໃຊ້ພາສາອັງກິດໃຫ້ແກ່ ນັກສຶກສາ ແລະ ຄູອາຈານ ພ້ອມທັງເຜີຍແຜ່ວິທີການສິດສອນ ແລະ ສ້າງຄູຝຶກຄູສອນພາສາອັງກິດໃໝ່. ໂຄງການໄດ້ເລີ່ມການທົດສອບຈັດຕັ້ງປະຕິບັດໃນລະຫວ່າງເດືອນ ຕຸລາ 2015 ຫາ ມັງກອນ 2016 ແລະ ມີຜູ້ ເຂົ້າຮ່ວມ 5 ຄົນທີ່ເປັນອາສາສະໝັກ ແລະ ໄດ້ເອີ້ນວ່າເປັນທີມ I (Team I). ພາຍຫຼັງການສິ້ນສຸດການທົດສອບ ກໍ່ໄດ້ມີການຕັດສິນໃຈໃຫ້ສຶບຕໍ່ໂຄງການ ແລະ ທີມ II (Team II) ເຊິ່ງປະກອບມີອາສາສະໝັກຈາກ ມະຫາວະທະຍາໄລ LGTC ເຂົ້າຮ່ວມຈະຈັດຕັ້ງປະຕິບັດໃນກາງປີ 2016. ພາຍຫຼັງເດືອນ ກັນຍາ 2016 ເປັນຕົ້ນມາ ມະຫາວິທະຍາໄລວິຊາຊີບ ລາວ-ເຢຍລະມັນ ໄດ້ເຊື່ອມໂຍງເຂົ້າເປັນ ມະຫາວິທະຍາໄລຄູ່ຮ່ວມສໍາລັບການສອນພາສາອັງກິດຢູ່ ລາວ. ມີສອງອາສາສະໝັກຈາກທີມ III (Team III) ໄດ້ເຮັດວຽກກັບມະຫາວິທະຍາໄລຈາກເດືອນ ກັນຍາ 2016 ຫາ ມັງກອນ 2017 ໂດຍການສອນຫຼັກສູດ ຍົກລະດັບພາສາອັງກິດໃຫ້ແກ່ຄູຝຶກ ແລະ ຄູສອນພາສາອັງກິດ ພ້ອມທັງນັກສຶກສາຂອງບໍລິສັດ BHS Corrugated. ເນື່ອງຈາກມີຄວາມຮຽກຮ້ອງຕ້ອງການເປັນຈໍານວນຫຼວງຫຼາຍ, ຜູ້ບໍລິຫານໂຄງການຈຶ່ງໄດ້ຕັດສິນ ໃຈເພີ່ມຈໍານວນອາສາສະໝັກຂື້ນເປັນ 3 ທ່ານ ຈາກທີມ IV (Team IV). ສ່ວນອາສາສະໝັກໃໝ່ຈາກທີມ V (Team V) ຈະເລີ່ມສອນຢູ່ມະຫາວິທະຍາໄລ LGTC ໃນເດືອນກັນຍາ 2017.