ຂໍ້ມູນໂດຍລວມ

ບໍລິສັດ BHS Corrugated ມີຄວາມໝາຍໝັ້ນຢ່າງສູງໃນການສະໜັບສະໜູນການສຶກສາ. ໃນປີ 2003 ທ່ານ ອີງກຣິດ ເອັງເກັລ ແລະ ສາມີ ຊຶ່ງເປັນອາດີດຜູ້ຈັດການຂອງ BHS Corrugated ພ້ອມທັງລູກຊາຍຂອງເຂົາເຂົ້າ ຊຶ່ງປະຈຸບັນເປັນ ຜູ້ຈັດການຂອງ BHS Corrugated ທ່ານ ຄຣິດສະຕຽນ ແລະ ລາຣສ໌ ເອັງເກັລ ໄດ້ສ້າງມູນລະນິທີ “Angles for Children” ຫຼື ເທວະດາເພື່ອເດັກນ້ອຍ ຊຶ່ງເປັນມູນລະນີທິທີ່ໃຫ້ການຊ່ວຍເຫຼືອທາງດ້ານການສຶກສາໃນ ສປປ ລາວ ກໍຄື ສາມໂຮງຣຽນຂອງລັດຢູ່ບ້ານສີເກີດ ແລະ ບ້ານພາງເຫັງ ພ້ອມທັງອີກສອງເຂດຢູ່ບ້ານຫ່າງໄກສອກຫຼີກທີ່ ໃກ້ຄຽງກັບນະຄອນຫຼວງວຽງຈັນ.
ເນື່ອງຈາກວ່າຄວາມຕ້ອງການຂອງການບໍລິການ ແລະ ການຂາດເຂີນພະນັກງານຢູ່່ໃນພາກພື້ນອາຊີ-ປາຊີຟິກເພີ່ມ ຂື້ນ ແລະ ຄຽງຄູ່ກັບເປົ້າໝາຍຂອງມູນລະນິທິ ເທວະດາເພື່ອເດັກນ້ອຍ ກໍຄືການຮັກສາກາລະໂອກາດຂອງນັກຮຽນ ໃນການຊອກວຽກເຮັດງານທໍານັ້ນ, ການນໍາ ແລະ ຜູ້ຈັດການຂອງບໍລິສັດ BHS Corrugated ຈຶ່ງໄດ້ຕັດສິນໃຈ ສ້າງໂຄງການ RTP ຂື້ນມາໃນປີ 2015 ຮ່ວມກັບ ແລະ ຈັດຕັ້ງປະຕິບັດຢູ່ ມະຫາວິທະຍາໄລວິຊາຊີບ ລາວ-ເຢຍລະມັນ. ມະຫາວິທະຍາໄລວິຊາຊີບລາວ-ເຢຍລະມັນ ມີເປົ້າໝາຍຊອກຫາທິດທາງການຮ່ວມມືກັບບັນດາບໍລິສັດ ເພື່ອພັດທະນາຫຼັກສູດການຝຶກວິຊາຊີບແບບຮ່ວມມືກັບຫຼາບພາກສ່ວນ ໂດຍເອົາຕົ້ນແບບ ແລະ ຫຼັກການຂອງ ເຢຍລະມັນເປັນແບບຢ່າງ.ໃນວັນທີ 15 ເດືອນກໍລະກົດ 2016 ກໍ່ໄດ້ມີພະທີເຊັນສັນຍາການລະດົມທຶນ ລະຫວ່າງ BHS Corrugated ແລະ sequa gGmbH ໃນນາມກະຊວງການຮ່ວມມື ແລະ ພັດທະນາເສດຖະກິດ ຂອງເຢຍລະມັນ. ພາຍຫຼັງການລົງນາມນັ້ນ ກໍ່ໄດ້ມີການຈັດຕັ້ງກິດຈະກໍາຕ່າງໆຂອງໂຄງການ ແລະ ກ່ອນໜ້ານີ້ກໍໄດ້ເຮັດວຽກກະກຽມ ແລ້ວ ຢ່າງເຊັ່ນ ການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຜູ້ຈັດການຂອງ BHS Corrugated ທ່ານ ຄຣິດສະຕຽນ ເອັງເກັລ ແລະ ຜູ້ອໍານວຍການຂອງ ມະຫາວິທະຍາໄລວິຊາຊີບ ລາວ – ເຢຍລະມັນ ທ່ານ ສົມລິດ ວິຣິວົງ ໃນທ້າຍປີ 2015. ໃນວັນທີ 19 ກັນຍາ 2016 ກໍໄດ້ເປີດການຝຶກວິຊາຊີບປີທໍາອິດ ແລະ ມີນັກສຶກສາທັງໝົດ 44 ທ່ານ