ເທວະດາເພື່ອເດັກນ້ອຍ (Angels for Children)

ຜູ້ກໍ່ຕັ້ງມູນລະນິທິ ເທວະດາເພື່ອເດັກນ້ອຍ, ທ່ານ ນາງ ອິງກຣິດ ເອັງເກັລ, ໄດ້ເສຍຊີວິດໃນອາຍຸທີ່ໜຸ່ມນ້ອຍ ໃນປີ 2011, ແຕ່ເພີ່ນກໍ່ໄດ້ກ່າວຈຸດປະສົງຂອງມູນລະນິທິໄວ້ດັ່ງລຸ່ມນີ້:

„ເດັກນ້ອຍທຸກຄົນ – ບໍ່ວ່າຈະເກີດຢູ່ໃສ – ແມ່ນຕ້ອງມີສິດ ແລະ ກາລະໂອກາດທີ່ເທົ່າທຽມກັນ. ພາຍໃຕ້ມູນລະນິທິຂອງຄອບຄົວເຮົາ “ເທວະດາເພື່ອເດັກນ້ອຍ” ພວກເຮົາຢາຊ່ວຍເຫຼືອເດັກນ້ອຍຢູ່ປະເທດລາວ ໃຫ້ສາມາດບັນລຸເປົ້າໝາຍຂອງພວກເຮົາໄດ້ “

ຍ້ອນສາເຫດນີ້ ມູນລະນິທິ ເທວະດາເພື່ອເດັກນ້ອຍຈຶ່ງໄດ້ໃຫ້ການຊ່ວຍເຫຼືອດ້ານການສຶກສາຢູ່ສາມໂຮງຮຽນຂອງ ລັດ. ເປົ້າໝາຍຂອງມູນລະນິທິໄດ້ຮັບການບັນລຸໂດຍການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ເຊັ່ນ ການສ້າງ ແລະ ສ້ອມແປງອາຄານຕ່າງໆຂອງໂຮງຮຽນສາມແຫ່ງນີ້ ພ້ອມທັງການສ້າງສະພາບແວດລ້ອມທີ່ອໍານວຍຄວາມສະດວກ ໃຫ້ການສຶກສາ, ການສະໜອງອຸປະກອນການສຶກສາ, ການສົມທົບທຶນຮອນເພື່ອຮັບປະກັນໃຫ້ນັກສຶກສາໄດ້ ເຂົ້າຮ່ວມກິດຈະກໍາການສຶກສາ ເຊັ່ນ ພະລະສຶກສາ, ການເຕັ້ນລໍາ, ແຕ້ມຮູບ ແລະ ຫຼິ້ນກິລາເພື່ອສຸຂະພາບ. ເຖິງວ່າ ໂຮງຮຽນດັ່ງກ່າວນີ້ແມ່ນໄດ້ຮັບການສະໜັບສະໜູນຈາກພາກເອກະຊົນ ແຕ່ທຸກຄົນກໍ່ສາມາດເຂົ້າໄດ້ເນື່ອງຈາກວ່າ ໂຮງຮຽນເປັນຂອງລັດ ແລະ ບໍ່ຕ້ອງມີຄ່າໃຊ້ຈ່າຍໃນການລົງທະບຽນ. ມູນລະນິທິເຫັນວ່າ ການສ້ອມແປງ ແລະ ຮັກສາຕຶກອາຫານໃຫ້ມີສະພາບຍືນຍົງຄົງທີ່ເປັນພາລະ ແລະ ໜ້າທີ່ຮັບຜິດ ຊອບຂອງພວກເຮົາ. ນອກນັ້ນ, ພວກເຮົາກໍ່ຢາກສ້າງ ສູນເພື່ອການສຶກສາທີ່ຍືນຍົງ ແລະ ຖືກຕ້ອງຕາງຄວາມຕ້ອງ ການຕົວຈິງຢູ່ປະເທດທີ່ຂະແໜງການສຶກສາຍັງມີມາດຕະຖານທີ່ຕໍ?າ. ຈຸດປະສົງຂອງຜູ້ກໍ່ຕັ້ງມູນລະນິທິ ທ່ານ ນາງ ອິງກຣິດ ເອັງເກັລ ແມ່ນເພື່ອການສະໜອງການຊ່ວຍເຫຼືອດ້ານການສຶກສາ ແລະ ຮັບປະກັນວ່າເດັກນ້ອຍລາວທຸກ ຄົນຈະສາມາດເຂົ້າເຖິງກາລະໂອກາດທີ່ເທົ່າທຽມກັນເພື່ອອານະຄົດຂອງເຂົາເຈົ້າ. ສະນັ້ນ, ວຽກງານຂອງມູນລະນິທິ ຈະມີການຕິດພັນໂດຍກົງກັບສາດສະໜາ ແລະ ວັດທະນາທໍາຂອງປະເທດ ແລະ ຈະບໍ່ມີການແຊກແຊງໃດໆກັບວິທີ ການລ້ຽງລູກຂອງແຕ່ລະຄອບຄົວ. ຈຸດປະສົງອື່ນໆຂອງມູນລະນິທິແມ່ນເພື່ອພັດທະນາ ແລະ ຍົກລະດັບການບໍລິການດ້ານສາທາລະນາສຸກໃຫ້ແກ່ເດັກ ນ້ອຍ ແລະ ພໍ່ແມ່ຂອງເຂົາເຈົ້າຢູ່ ສປປ ລາວ. ພວກເຮົາເຫັນໄດ້ວ່າປະຈຸບັນ ສປປ ລາວ ຍັງບໍ່ທັນມີລະບົບການ ບໍລິການທາງດ້ານສາທາລະນາສຸກຂອງພາກລັດ ຈຶ່ງເຫັນວ່າການລົ້ມປ່ວຍໄຂ້ເຈັບມີຜົນກະທົບໂດຍກົງ ແລະ ຢ່າງ ຫຼວງຫຼາຍຕໍ່ເສດຖະກິດຂອງຄອບຄົວທີ່ມີລາຍໄດ້ສະເຫຼ່ຍຕໍ?າ. ສະນັ້ນ, ມູນລະນິທິ ເທວະດາເພື່ອເດັກນ້ອຍຈຶ່ງໄດ້ ໃຫ້ການຊ່ວຍເຫຼືອດ້ານການເງິນເພື່ອໃຫ້ປະຊາຊົນໄປກວດສຸຂະພາບເປັນປົກກະຕິ ແລະ ກໍ່ໃຫ້ເງິນເພື່ອແກ້ໄຂກໍລະນີ ທີ່ຮ້າຍແຮງ. ເນື່ອງຈາກວ່າມູນລະນິທິນັ້ນມີສາຍພົວພັນຄອບຄົວໂດຍກົງກັບຜູ້ບໍລິຫານຂອງບໍລິສັດ BHS Corrugated, ພວກເຮົາຈຶ່ງໄດ້ເຮັດວຽກຮ່ວມກັນເພື່ອຄັດເລືອກເອົາຜູ້ທີ່ຈະໄດ້ຮັບທຶນສໍາລັບການຝຶກວິຊາຊີບ. ສໍາລັບໄລຍະການ ຝຶກວິຊາຊີບນັ້ນ, ພະນັກງານຂອງມູນລະນິທິຈະໃຫ້ການຊ່ວນເຫຼືອກັບນັກສຶກສາທາງດ້ານຊີວິດການເປັນຢູ່, ການ ປຶກສາກ່ຽວກັບບັນຫາຄອບຄົວ, ການຕິດຕາມການຂື້ນຫ້ອງ ແລະ ການໃຫ້ຄໍາແນະນໍາໃນບັນຫາອື່ນໆ.