ການເປັນລູກສິດວິຊາຊີບ

ທຸກໆປີ ບໍລິສັດ BHS Corrugated ໄດ້ໃຫ້ທຶນສໍາລັບການຝຶກວິຊາຊີບໃຫ້ແກ່ຜູ້ທີ່ຮຽນຈົບມັດທະຍົມຕົ້ນຈາກ ບ້ານພາງເຫັງ ແລະ ໂຮງຮຽນມັດທະຍົມສົມບູນ ນາຊາຍທອງ ຊຶ່ງໂຮງຮຽນທັງສອງນີ້ແມ່ນຕັ້ງຢູ່ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ທັງໝົດນີ້ເປັນການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກມູນລະນິທິ ເທວະດາເພື່ອເດັກນ້ອຍ.ຜູ້ທີ່ຈົບການສຶກສາ ແລະ ມີຄວາມສົນໃຈສາມາດສະໝັກເອົາທຶນໂດນນໍາເອົາເອກະສານຄະແນນສອບເສັງຮຽນຈົບ ມາຍື່ນ ແລະ ຫຼັງຈາກນັ້ນກໍ່ຈະເຊີນມາສໍາພາດໃນເດືອນສິງຫາ. ການສໍາພາດຈະຈັດຂື້ນຢູ່ບ້ານພາງເຫັງຮ່ວມກັບ ຄູອາຈານຈາກມະຫາວິທະຍາໄລ LGTC. ພາຍຫຼັງການຄັດເລືອກເອົານັກສຶກສາແລ້ວ, ຜູ້ທີ່ສໍາພາດຜ່ານກໍ່ຈະໄດ້ ເຂົ້າຮ່ວມຮຽນກະກຽມສໍາລັບການຝຶກວິຊາຊີບ (ພາສາອັງກິດ, ພາສາລາວ, ຟີຊິກ, ຄະນິດສາດ) ຊຶ່ງຈະຈັດຂື້ນ ຢູ່ທີ່ໂຮງຮຽນມັດທະຍົມຕົ້ນ ບ້ານພາງເຫັງ.ໃນທ້ານເດືອນສິງຫາ, ນັກສຶກສາເຫຼົ່ານີ້ຈະໄດ້ຮັບເອກະສານສໍາລັບລົງທະບຽນກັບ ມະຫາວິທະຍາໄລ LGTC ແລະ ສັນຍາການຝຶກວິຊາຊີບກັບບໍລິສັດ BHS Corrugated. ສັນຍານີ້ເປັນສັນຍາທີ່ມີຕົ້ນແບບຈາກສັນຍາການຝຶກ ວິຊາຊີບຂອງເຢຍລະມັນ ຊຶ່ງໄດ້ລະບຸໜ້າທີ່ຄວາມຮັບຜິດຊອບຂອງນັກສຶກສາ, ໂຮງຣຽນວິຊາຊີບ ແລະ ບໍລິສັດ. ສໍາລັບທຶນການສຶກສານັ້ນນັກສຶກສາຈະໄດ້ຮັບຜົນປະໂຫຍດດັ່ງລຸ່ມນີ້:

 

  • ທຶນສໍາລັບການຝຶກວິຊາຊີບຢູ່ມະຫາວິທະຍາໄລ LGTC (ຄ່າທໍານຽມສໍາລັບການລົງທະບຽນ, ຄ່າສອບເສັງ, ຄ່າໃຊ້ຈ່າຍປະຈໍາວັນ ແລະ ຄ່າຊື້ເຄື່ອງແບບ)
  • ຄ່າຝຶກວິຊາຊີບເປັນລາຍເດືອນ
  • ຄ່າປະກັນໄພ
  • ອຸປະກອນ ແລະ ເຄື່ອງມືເພີ່ມເຕີມສໍາລັບກນາຝຶກວິຊາຊີບ
  • ການຝຶກທັກສະດ້ານພາສາອັງກິດຈາກຄູອາສາສະໝັກຈາກເຢຍລະມັນ
  • ການເຂົ້າຮ່ວມໂຄງການຮ່ວມກັນຄູຝຶກເຢຍລະມັນ
  • ການເຂົ້າຮ່ວມຝຶກງານໃນບໍລິສັດໃນສົກຮຽນທີ່ 6

ຜົນປະໂຫຍດທີ່ໄດ້ຮັບແມ່ນຂື້ນກັ່ບຄວາມຮັບຜິດຊອບຂອງແຕ່ລະຄົນເຊັ່ນ: ການຮັກສາພື້ນທີ່ເຮັດວຽກຂອງ ຕົນ, ການຂື້ນຫ້ອງເປັນປົກກະຕິ ແລະ ທັນເວລາ ພ້ອມທັງຜົນຂອງຄະແນນສອບເສັງໃນແຕ່ລະສົກຮຽນ