ການສຶກສາດ້ານພາສາອັງກິດ

ການຝຶກ ແລະ ຍົກລະດັບສີມືແຮງງານ ບໍ່ພຽງແຕ່ເປັນວຽກຝຶກວິຊາຊີບ ແຕ່ຕ້ອງຍົກລະດັບຄວາມສາມາດໃນການ ສື່ສານຄຽງຄູ່ໄປນໍາ. ສະນັ້ນ, ພາສາອັງກິດຈຶ່ງເປັນພື້ນຖານອັນສໍາຄັນສໍາລັບນັກສຶກສາທີ່ຈະໄປຮຽນຕໍ່ຢູ່ຕ່າງປະເທດ. BHS Corrugated ແລະ ມະຫາວິທະຍາໄລວິຊາຊີບ ລາວ-ເຢຍລະມັນ ຈຶ່ງມີຄວາມພາກພູມໃຈທີ່ມີ ມະຫາວິທະຍາໄລແຫ່ງການສຶກສາ Karlsruhe ເປັນຄູ່ຮ່ວມໃນໂຄງການ ຊຶ່ງໄດ້ເຮັດວຽກຢ່າງຕັ້ງໜ້າ ແລະ ເອົາ ໃຈໃສ່ໃນການຍົກລະບັດພາສາອັງກິດໃຫ້ແກ່ນັກສຶກສາ ແລະ ຄູຝຶກຢູ່ມະຫາວິທະຍາໄລ LGTC.ມະຫາວິທະຍາໄລວິຊາຊີບ ລາວ-ເຢຍລະມັນເປັນຄູ່ຮ່ວມທໍາອິດກັບໂຄງການ “ການສອນພາສາອັງກິດຢູ່ ສປປ ລາວ” ບັນດານັກສຶກສາ ແລະ ບັນດິດໃໝ່ຂອງມະຫາວິທະຍາໄລນັ້ນ ກໍ່ໄດ້ຢູ່ເປັນອາສາສະໝັກສອນພາສາອັງກິດໃຫ້ແກ່ ນັກສຶກສາ ຂອງ ບໍລິສັດ BHS Corrugated ແລະ ຄູຝຶກ. ພວກເຂົາເຈົ້າສອນລະຫວ່າງໄລຍະ ເດືອນ ກັນຍາ – ມັງກອນ ແລະ ກຸມພາ -ສິງຫາ ແລະ ແບ່ງອອກເປັນທັງໝົດ ສີ່ກຸ່ມ ເຊັ່ນ: 2 ກຸ່ມຮຽນລະດັບເລີ່ມຕົ້ນ, ກຸ່ມຮຽນລະດັບປະຖົມ ແລະ ກຸ່ມຮຽນສັບເຕັກນິກ. ນອກນັ້ນ, ກໍ່ໄດ້ມີການຊ່ວຍເຫຼືອທາງດ້ານວິທີການສິດສອນ ຢ່າງເຊັ່ນ: ອາສາສະໝັກຈະຂື້ນຫ້ອງຮຽນກັບຄູຝຶກຄົນລາວ ແລະ ຊ່ວຍກັນສອນນັກສຶກສາ ເພື່ອນໍາເອົາວິທີການສິດ ສອນທີ່ທັນສະໄໝ ແລະ ໄດ້ປະສິດທິຜົນມາເຜີຍແຜ່ຢູ່ຫ້ອງຮຽນ. ສສຈ. ດຣ. ອີຊາເບັລ ມາຕິນ, ສສຈ ດ້ານພາສາອັງກິດ, ເປັນຜູ້ນໍາ ແລະ ຄວບຄຸມໂຄງການການສອນພາສາອັງກິດ ຢູ່ ສປປ ລາວ. ທ່ານເປັນຜູ້ອອກແບບວິທີການສິດສອນ, ເປັນຜູ້ເລືອກ ແລະ ຮ່າງເນື້ອໃນ, ຈັດຊື້ປື້ມຄູ່ມື, ລະບຸຮູບແບບການສອນ ແລະ ເລືອກເອົາເຕັກນິກ ແລະ ທັກສະໃນການສອນ. ປະຈຸບັນທ່ານມີໜ້າທີ່ສ້າງທີມງານຄູ ສອນພາສາອັງກິດ ແລະ ສອນເຂົາເຈົ້າກ່ຽວກັບວິທີ ແລະ ທັກສະໃນການສອນທີ່ແທດເໝາະກັບເງື່ອນໄຂ ຂອງ ສປປ ລາວ ພ້ອມທັງຮັບປະກັນວ່າແຕ່ລະຄົນສາມາດປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິຜົນ.