BHS Corrugated

BHS Corrugated ເປັນບໍລິສັດທີ່ໃຫ້ການບໍລິການແບບຮອບດ້ານແລະທົ່ວໂລກສໍາລັບຂະແໜງການອອກແບບ ກ່ອງຂົນສົ່ງ.ຈຸດພິເສດຂອງບໍລິສັດແມ່ນການຍົກສູງຄ່ານິຍົມຂອງ ການແຂ່ງຂັນ, ນະວັດຕະກໍາໃໝ່ ແລະ ຄວາມໝາຍໝັ້ນຕໍ່ ການຮັກສາຄວາມດີເລີດ ຊຶ່ງໄດ້ເປັນພື້ນຖານທີ່ເຮັດໃຫ້ BHS Corrugated ໄດ້ຮັບການເຊື່ອຖືໃນຂະແໜງການ ດັ່ງກ່າວ. ບໍລິສັດ BHS Corrugated ໃຫ້ການບໍລິການ ແລະ ສະໜັບສະໜູນລູກຄ້າໃນທຸກໆຂັ້ນຕອນ ຢູ່ 26 ປະເທດ ແລະ ມີພະນັກງານເກືອບ 1700 ຄົນ. BHS Corrugated ບໍ່ພຽງແຕ່ຂາຍເຄື່ອງຈັກເທົ່ານັ້ນ, ພວກເຮົາ ຍັງສາມາດຍົກລະດັບປະສິດທິພາບ ແລະ ປະສິດທິຜົນໃຫ້ແກ່ລູກຄ້າ ບໍ່ວ່າຈະຢູ່ໃສ ຫຼື ເວລາໃດ.ພວກເຮົາໄດ້ສະໜອງເກືອບ 400 ກ່ວາເຄື່ອງຈັກທົ່ວໂລກຊຶ່ງສະແດງໃຫ້ເຫັນເຖິງຄວາມຊໍານານ ແລະ ປະສົບການຂອງບໍລິສັດໃນການພັດທະນາ, ຕິດຕັ້ງ ແລະ ໃຫ້ການບໍລິການຫຼັງການຂາຍ ຢ່າງເຊັ່ນອຸປະກອນສ້ອມ ແປງຕ່າງໆຢູ່ຕະຫຼາດທົ່ວໂລກ – ພວກເຮົາມີປະສົບການຮອບດ້ານກ່ຽວກັບການຂົນສົ່ງ ແລະ ຕິດຕັ້ງ 1000 ກ່ວາເຄື່ອງໃນບັນດາປະເທດທົ່ວໂລກ. ລູກຄ້າຂອງ BHS Corrugated ເປັນກຸ່ມທີ່ສາມາດຍົກສູງການປະຕິບັດງານ ແລະ ມີຄວາມພຽບພ້ອມສໍາລັບ ອານະຄົດ.ບໍລິສັດ BHS Corrugated ມີຄວາມພາກພູມໃຈໃນການເປັນຄູ່ຮ່ວມໄລຍະຍາວກັບລູກຄ້າ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນໃຫ້ແກ່ລູກຄ້າໃນການສ້າງເທຣນໃໝ່ໆໃນອານະຄົດ.