UeBZO gGmbH

UeBZO (ສູນຝຶກອົບຮົມລະຫວ່າງບໍລິສັດຢູ່ບາວາເຣຍຕາເວັນອອກ) ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ແລະ ມີພະນັກງານທັງໝົດຈໍານວນ 40 ຄົນ. ອົງການມີທີ່ຕັ້ງຢູ່ ບາວາເຣຍຕາເວັນອອກ ຂ້າງອາດີດ ບໍລິສັດເຂື່ອຄ່າຍ BHS Corrugated. ປະຈຸບັນ UeBZO ກໍາລັງເກີດມີຊື່ສຽງທາງດ້ານເຕັກໂນໂລຊີການຜະລິດ. UeBZO ສາມາດສະໜອງການຝຶກອົບຮົມລະຫວ່າງບໍລິສັດ ພ້ອມທັງຮູບແບບການຝຶກອົບຮົມ ຫຼື ຫຼັກສູດຮອບ ດ້ານສໍາລັບການຝຶກວິຊາຊີບ ບົນພື້ນຖານ ແລະ ຕົ້ນແບບຂອງລະບົບຝຶກວິຊາຊີບແບບມີສ່ວນຮ່ວມຂອງປະເທດ ເຢຍລະມັນ ໃນຂົງເຂດ 28 ອາຊີບ ສໍາລັບ 250 ບໍລິສັດ. ນອກນັ້ນ, UeBZO ກໍ່ໄດ້ຈັດການຝຶກອົບຮົມສໍາລັບ ພະນັກງານທົ່ວໄປ, ພະນັກງານບໍລິຫານອາວຸໂສ ຫຼື ຄູຝຶກອື່ນໆ (ສໍາມະນາຄູຝຶກສ້າງຄູຝຶກ ແລະ ການຮຽນຕໍ່ເອົາໃບຢັ້ງຢືນວິຊາຊີບຕ່າງໆ).
UeBZO ໄດ້ເຮັດວຽກຢ່າງໃກ້ຊິດກັບສະຖາບັນຕ່າງໆເຊັ່ນ ໂຮງຮຽນຝຶກວິຊາຊີບ, ມະຫາວິທະຍາໄລ ກ່ຽວກັບ ການນໍາໃຊ້ວິທະຍາສາດໃນຊີິວິດປະຈໍາວັນ ແລະ IHK (ສະພາການຄ້າ).